ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ຈັດພິທີຮັບສະມາຊິກພັກໃໝ່.

25/10/2022

ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ຈັດພິທີຮັບສະມາຊິກພັກໃໝ່.

 ໃນຕອນແລງ ຂອງວັນທີ 13 ຕຸລາ 2022, ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ໄດ້ຈັດພິທີຮັບສະມາຊິກພັກໃໝ່, ຢູ່ທີ່ຫ້ອງປະຊຸມຂອງພະແນກ.  ໂດຍການເປັນປະທານ ຂອງສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສູນນະຄອນ ແກ້ວວຽງຄຳ ກຳມະການພັກແຂວງ, ຫົວໜ້າພະແນກ

ແຜນການ ແລະ ການລົງທຶນແຂວງ,  ສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.ໃນພິທີ ສະຫາຍ ຄຳໃບ ໄຊຍະແສງ ເລຂາໜ່ວຍພັກ, ຫົວໜ້າສູນສະຖິຕິ ພະແນກແຜນການ ແລະ ການລົງທຶນແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 366 /ຄປພຂ, ລົງວັນທີ 22 ກັນຍາ 2022, ວ່າດ້ວຍການອະນຸມັດສະມາຊິກພັກສຳຮອງເລື່ອນຂຶ້ນສົມບູນ. ຈຳນວນ 5 ສະຫາຍ, ຍິງ 3 ສະຫາຍ,  ພ້ອມທັງສຳພັດມືເພື່ອເປັນການຮັບເອົາສະມາຊິກພັກໃໝ່ຢ່າງເປັນທາງການ.  ໃນໂອກາດນີ້ ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ກໍ່ໄດ້ສະແດງຄວາມ

ຍ້ອງຍໍຊົມເຊີຍຕໍ່ຄະນະພັກທີ່ມີຄວາມເອົາໃຈໃສ່ໃນການກໍ່ສ້າງມະຫາຊົນເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ຕີລາຄາສູ່ງຕໍ່ບັນດາສະຫາຍສະມາຊິກພັກໃໝ່ທີ່ໄດ້ບຸກບືນຕົນເອງ ຈາກມະຫາຊົນຜູ້ດີເດັ່ນກ້າວໜ້າເຂົ້າເປັນສະມາຊິກພັກ, ພ້ອມທັງເນັ້ນໜັກ ໃຫ້ມີຄວາມເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະ 11 ຂໍ້ຫ້າມສຳລັບສະມາຊິກພັກ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປ, ຕັ້ງໜ້າຊອກຮູ້ຮໍ່າຮຽນ, ຍົກສູງລະດັບຄວາມຮູ້-ຄວາມສາມາດ, ຝຶກຝົນຫຼໍຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ທີ່ດີເດັ່ນຂອງພັກ ແລະ ຂອງພະແນກ.

 

ແຜນທີແຂວງອັຕະປື
ຕົວເລກ GDP ປີ 2022