01/11/2022

ໃນວັນທີ 26 ຕຸລາ 2022 ນີ້, ກຳມະບານຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ໄດ້ໄຂກອງປະຊຸມໃຫ່ຍສະມາຊິກກຳມະບານຄັ້ງທີ V ຂື້ນຢ່າງເປັນທາງ ການ ທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະ ທານໂດຍສະຫາຍ ບຸນຮົ່ມ ສີລາເພັດ ປະທານກຳມະບານຮາກ ຖານ ແລະເປັນກຽດເຂົ້າຮ່ວມໂດຍສະຫາຍ ພົງໄຊ ຈະເລີນສຸກ ຮອງປະທານຄະນະບໍລິຫານງານສະຫະພັນກຳມະ ບານແຂວງ, ມີສະຫາຍ ຄຳໃບ ໄຊຍະແສງ ເລຂາໜ່ວຍພັກ ຫົວໜ້າສູນສະຖິຕິພະແນກແຜນການ ແລະ ການລົງທຶນແຂວງ, ມີບັນດາແຂກຖືກເຊີນຈາກພາກສ່ວນກຳມະບານຮາກຖານອ້ອມຂ້າງ, ພ້ອມດ້ວຍສະມາຊິກກຳມະບານເຂົ້າ ຮ່ວມ.
ສະຫາຍ ບຸນຮົ່ມ ສີລາເພັດ ປະທານກຳມະບານຮາກ ຖານພະແນກແຜນການ ແລະ ການລົງທຶນແຂວງ, ໄດ້ຂື້ນຜ່ານບົດສະຫຼຸບລາຍງານການເມືອງທັງ 2 ພາກ ແລະ ທິດ ທາງແຜນການຄາດໝາຍສູ້ຊົນໃນຕໍ່ໝ້າ, ກຳມະບານຮາກ ຖານພະແນກແຜນການ ແລະ ການລົງທຶນແຂວງ, ມີ ສະ ມາຊິກກຳມະບານທັງໝົດ 54 ສະຫາຍ,ຍິງ, 24 ສະ ຫາຍ,ໃນໄລຍະ 5 ປີຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ- ແນວຄິດ ໃຫ້ແກ່ສະມາຊິກກຳມະ ບານທີ່ຢູ່ໃນຖັນແຖວໃຫ້ເປັນພົນລະ ເມືອງດີ, ມີລະບຽບວິໄນໃນການອອກແຮງງານ, ເຄົາລົບລະ ບຽບກົດໝາຍຂອງພັກ,ລະບຽບກົດໝາຍຂອງລັດ, ກົດໝາຍວ່າດ້ວຍກຳມະບານລາວແລະ
ນິຕິກຳອື່ນໆ, ເອົາໃຈໃສ່ໂຄສະນາສຶກສາອົບວຽກງານກຳມະບານໄດ້ທັງໜົດ 50 ກ່ວາຄັ້ງ, ມີຜູ້ເຂົ້າຮ່ວມ 510 ເທື່ອສະຫາຍ, ຍິງ, 220 ເທື່ອສະຫາຍ, ຖືເອົາຈະວຽກງານປັບປຸງດ້ານແບບແຜນການນຳພາ ແລະ ຂະຫຍາຍການຈັດຕັ້ງກຳ ມະບານໄດ້ 03 ສະຫາຍ, ຍິງ, 01 ສະຫາຍ, ເທົ່າກັບ 100% ຖືເອົາການຮ່ວມຊີວິດປະຈຳ
ເດືອນ, 3 ເດືອນເປັນການສ່ອງແສງລາຍງານສົ່ງສາຍຕັ້ງ ແລະ ສາຍຂວາງ, ເສຍເງິນສະຕິບຳລຸງກຳມະບານ, ເງິນກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງເປັນປົກກະຕີ, ເປັນເຈົ້າ ການໃນການປົກປ້ອງສິດຜົນປະໂຫຍດອັນຊອບ ທຳຂອງສະມາຊິກກຳມະບານ, ກຳມະກອນ-ຊາວຜູ້ອອກແຮງງານຢ່າງຕັ້ງໝ້າ, ຖືເອົາວຽກງານບໍາລຸງກໍ່ສ້າງຍົກລະ ດັບຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະ ແລະ ຮຽນທິດສະດີການເມືອງການປົກຄອງຊັ້ນກາງ 02 ສະຫາຍ, ຊັ້ນສູງ 01 ສະຫາຍ, ບຳລຸງກົດໜາຍໄລຍະສັ້ນ 45 ວັນ ມີ 01 ສະຫາຍ, ຕິດພັນວຽກ ງານຂະບວນການແຂ່ງຂັນຍ້ອງຍໍ ແຕ່ປີ 2018 -2022 ປະເພດກົມກອງຮັບຮອງຮາກຖານ 5 ເປັນເຈົ້າມີ 04 ຄັ້ງ, ຍ້ອງຍໍກົມກອງ 04 ໃບ, ສະມາ ຊິກຮັບໃບຍ້ອງຍໍໄລຍະ 01 ສະໄໜມີ 210 ເທື່ອສະຫາຍ, ຍິງ, 95 ເທື່ອສະຫາຍ. ນອກນັ້ນ,ກອງປະ ຊຸມຍັງຜ່ານມາດຖານເງື່ອນ ໄຂຜູ້ສະໝັກຄະນະປະທານກຳມະບານຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກຈຳນວນ 5 ສະຫາຍ, ຍິງ, 02 ສະ ຫາຍ, ເລືອກເອົາ 03 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກເປັນເອກະພາບແຕ່ງຕັ້ງສະຫາຍ ແສງທະວີ ສາມະໂນຈັກ ເປັນປະທານ, ສະຫາຍ ຄຳເປີ ແກ້ວພິລາວົງ ເປັນຮອງປະທານ, ທັງເປັນປະທານກວດກາວຽກງານກຳມະບານ ແລະ ສະຫາຍ ນາງ ສີອາວອນ ກຸນພິລາວັນ ເປັນຄະນະ.
ໂດຍ ເພັດທະນົງສອນ ໄຊຍະແສງ.