02/11/2022

ວັນທີ 23 ກັນຍາ 2022 ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ຫົວໜ້າຄະນະກຳມະການ ປະຊາສຳພັນ ແລະ ຊົດເຊີຍຊັບສີນ ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ພ້ອມດ້ວຍພະແນກການກ່ຽວຂ້ອງອ້ອມຂ້າງແຂວງ ໄດ້ລົງຕິດຕາມຢ້ຽມຢາມການກໍ່ສ້າງໂຄງການ ເຂື່ອນໄຟຟ້າເຊກອງຕອນລຸ່ມA ຢູ່ເມືອງສະຫນາມໄຊ ໃຫ້ກຽດຕ້ອນຮັບມີ ອານາດການປົກຄອງເມືອງ,ບ້ານ ພ້ອມດ້ວຍຕາງໜ້າບໍລິສັດເຂື່ອນໄຟຟ້າເຊກອງຕອນລຸ່ມA ໃຫ້ການຕ້ອນຮັບໂອກາດດັ່ງກ່າວທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ກໍ່ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ຂອງໜ່ວຍງານປະຊາສຳພັນ ແລະ ຊົດເຊີຍຊັບສິນຂອງປະຊາຊົນທີ່ໄດ້ ຮັບຜົນກະທົບ ຈາກການກໍ່ສ້າງ ເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ເມືອງສະໜາມໄຊ, ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ຕັ້ງຢູ່ສາຍສາຂາແມ່ນໍ້າເຊກອງ ບ້ານຄັນໝາກນາວ ເມືອງສະໜາມໄຊ ແຂວງອັດຕະປື ຮ່າງຈາກເທດສະບານແຂວງ ໄປທາງທິດຕາເວັນຕົກສຽງໃຕ້ປະມານ ປະມານ 45 km
ບໍລິສັດຜູ້ພັດທະນາໂຄງການ : ບໍລິສັດ V&H Corporation (Lao) Co.,Ltd.ເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ MOU 28 ສິງຫາ 2010ເຊັນສັນຍາ ພັດທະນາ ໂຄງການ PDA 20 ມີນາ 2015 ຜ່ານມາ ໄດ້ຕໍ່ອາຍຸມາແລ້ວ 3 ຄັ້ງມີກຳລັງຕິດຕັ້ງ 86 MW,ມູນຄ່າໂຄງການ ( ບໍ່ລວມສາຍສົ່ງ ) : 152,88 ລ້ານໂດລາ,ສຳລັບ ຜົນກະທົບເຂດກໍ່ສ້າງໂຄງການ ຢູ່ບ້ານຄັນໝາກນາວ ໂດຍສະເພາະຜົນກະທົບຊັບສິນຂອງປະຊາຊົນ ໄລຍະທີ 1 ຈຳນວນ 22 ຄອບຄົວ, ໃນນັ້ນ, ຜົນກະທົບເນື້ອທີ່ດິນຖາວອນເຂດກໍ່ສ້າງທັງໝົດ 14,94 ເຮັກຕາ,ຜົນກະທົບເນື້ອທີ່ດິນຊົ່ວຄາວເຂດກໍ່ສ້າງທັງໝົດ 9,58 ເຮັກຕາ,ມູນຄ່າການຊົດເຊີຍຊັບສິນຂອງປະຊາຊົນທີ່ຖືກຜົນກະທົບທັງໝົດ 2 ຕື້ກວ່າກີບ,ຜົນກະທົບຊັບສິນຂອງປະຊາຊົນ ໄລຍະ 2 ຈຳນວນ 22 ຄອບຄົວ ໂດຍສະເພາະຜົນກະທົບເນື້ອທີ່ດິນຖາວອນເຂດສ້າງ 6,12 ເຮັກຕາ ດິນນາ 1,70 ເຮັກຕາ,ດິນສວນ 4,08 ເຮັກຕາ, ດິນປຸກສ້າງ ຜົນກະທົບເນື້ອທີ່ດິນຊົ່ວຄາວເຂດກໍ່ສ້າງ 18,41 ເຮັກຕາ ດິນນາ 11,68 ເຮັກຕາ ດິນນາເຮື້ອ 4,02 ເຮັກຕາ,ມູນຄ່າການຊົດເຊີຍຊັບສິນຂອງປະຊາຊົນທີ່ຖືກຜົນກະທົບທັງໝົດ ຈຳນວນ 1ຕື້ 800 ກວ່າລ້ານກີບລວມມູນຄ່າການຊົດເຊີຍ 2 ເຂດ ທັງໝົດ ຈຳນວນ 3ຕື້ 800ລ້ານກວ່າກີບ.