ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດແຮ່ບາຣິດ ຢູ່ 2 ເມືອງ ຂອງແຂວງອັດຕະປື

29/11/2022

ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດແຮ່ບາຣິດ ຢູ່ 2 ເມືອງ ຂອງແຂວງອັດຕະປື

ລະຫວ່າງວັນທີ 18 ພະຈິກ 2022 ທີ່ພະແນກແຜນການແລະການລົງທຶນແຂວງອັດຕະປື ໄດ້ມີພິທີເຊັນສັນຍາ ວ່າດ້ວຍການສຳຫຼວດແຮ່ບາຣິດ ຢູ່ເຂດບ້ານເຜົ່າສຳພັນມີໄຊ ເມືອງໄຊເສດຖາ ແລະ ບ້ານຫີນຄຳດອນແຄນ ເມືອງຊານໄຊ ແຂວງອັດຕະປື ລະຫວ່າງ ອົງການປົກຄອງແຂວງອັດຕະປື ກັບ ບໍລິສັດ ຫລັກໄຊ ມີເນໂຣນ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ. 
ໃຫ້ກຽດເຂົ້າຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີຄະນະນຳອ້ອມຂ້າງແຂວງ ແລະ ເມືອງ, ມີບັນດາບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເປົ້າໝາຍ ແລະ ຈຸດປະສົງຂອງ ການເຊັນສັນຍາສະບັບນີ້ ແມ່ນເພື່ອດຳເນີນການສຳຫຼວດ ແຮ່ເບຣິດຢູ່ເຂດເນື້ອທີ່ ສຳປະທານ ເຊິ່ງຕັ້ງຢູ່ບ້ານ  ເຜົ່າສຳພັນມີໄຊ ເມືອງໄຊເສດຖາ ແລະ ບ້ານ ຫີນຄຳດອນແຄນ ເມືອງຊານໄຊແຂວງອັດຕະປື ໃນເນື້ອທີ່ 10 ກິໂລຕາແມັດ ເພື່ອໃຫ້ຮູ້ປະລິມານສະສົມຂອງແຫຼ່ງແຮ່ທາດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ- ເຕັກນິກ ຂອງໂຄງການ ໂດຍສອດຄ່ອງກັບ ສັນຍາສະບັບນີ້, ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.
ສຳລັບ ໄລຍະການສຳຫຼວດ ແມ່ນ 24 ເດືອນ ແລະ ໄລຍະການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ ເຕັກນິກ ແມ່ນ 12 ເດືອນ ໃນແຕ່ລະໄລຍະສາມາດ ຕໍ່ໄດ້ ໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍແຮ່ທາດ,ແຕ່ລະໄລຍະຂອງສັນຍາສະບັບນີ້ ມີອາຍຸເທົ່າກັບ 36 ເດືອນ.
ໃຫ້ກຽດລົງນາມເຊັນສັນຍາຄັ້ງນີ້ ຝ່າຍອົງການປົກຄອງແຂວງນຳໂດຍທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການແລະການລົງທຶນແຂວງອັດຕະປື, ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານແລະບໍ່ແຮ່ແຂວງ, ທ່ານສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ແລະ ທ່ານ ສຸວັນສີ ແກ້ວວິເສີດ ເຈົ້າເມືອງຊານໄຊ, ຝ່າຍ ບໍລິສັດ ລົງນາມໂດຍທ່ານ ແສງພະຈັນ ໂພທິສານ ຮອງ
ບໍລິສັດ ຫລັກໄຊ ມີເນໂຣນ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ແລະ ທ່ານ ຈັນທະສັກ ປັດທຳມະວົງ ບໍລິສັດເອເຊຍ ປາຊີຟິກ  ທີ່ປຶກສາການຄ້າ-ການລົງທຶນ ຈຳກັດຜູ້ດຽວ,ໂດຍຊ້ອງພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ.
ຂ່າວ: ສິດທິພອນ

 

ແຜນທີແຂວງອັຕະປື
ຕົວເລກ GDP ປີ 2022