ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ຈັດກອງປະຊຸມປະເມີນຜົນແຜນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022.

29/11/2022

ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ຈັດກອງປະຊຸມປະເມີນຜົນແຜນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022.

ວັນທີ 23 ພະຈິກ 2022; ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ໄດ້ຈັດກອງປະຊຸມປະເມີນຜົນແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ຂຶ້ນທີ່ຫ້ອງປະຊຸມຂອງພະແນກ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີສະຫາຍເລຂາໜ່ວຍພັກ, ຄະນະພັກ, ຄະນະຮັບຜິດຊອບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.


           ສະຫາຍ ນ. ໝູຈອມ ພິມມະເສນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຂື້ນຜ່ານບົດສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍຫຍໍ້ ແລະ ຍົກໃຫ້ເຫັນສະພາບລວມຂອງໜ່ວຍພັກ, ເຊິ່ງເປັນໜ່ວຍພັກຮາກຖານໜຶ່ງ ຂື້ນກັບການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ; ເປັນໃຈກາງໃນການປະສານງານກັບທຸກໆຂະແໜງການຂັ້ນແຂວງ, ອົງການທຽບເທົ່າ ແລະ ບັນດາເມືອງ, ເຮັດໜ້າທີ່ສະຫຼຸບສັງລວມແຜນພັດທະນາເສດຖະກິດ-ສັງຄົມ, ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ຮັບຜິດຊອບການສຳຫຼວດຂໍ້ມູນສະຖິຕິຕ່າງໆ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງ ມອບໃຫ້ຢ່າງມີຜົນສຳເລັດ ແລະ ມີປະສິດທິຜົນເປັນຢ່າງດີ.


        ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ມີຄະນະໜ່ວຍພັກ 3 ສະຫາຍ, ຍີງ 1 ສະຫາຍ, ມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 12 ສະຫາຍ. ໜ່ວຍພັກປະກອບມີ 2 ພາກສ່ວນຄື: ພາກສ່ວນພະແນກແຜນການ ແລະ ການລົງທຶນແຂວງ, ປະກອບມີ 6 ຂະແໜງການທີ່ຂື້ນກັບ ແລະ ສູນສະຖິປະຈຳແຂວງ ມີ 3 ຂະແໜງການທີ່ຂື້ນກັບ. ຜ່ານການຕີລາຄາດ້ານການເມືອງ ບັນລຸໄດ້ 1.95 ຄະແນນ; ດ້ານແນວຄິດ 1.47 ຄະແນນ; ດ້ານການຈັດຕັ້ງ 1.48 ຄະແນນ; ດ້ານແບບແຜນວິທີນໍາພາ 1.90 ຄະແນນ ແລະ ດ້ານການປະຕິບັດຕໍ່ໜ້າທີ່ການເມືອງ 2.85 ຄະແນນ, ຄະແນນລວມ 9.65 ຄະແນນ ຈັດຢູ່ໃນປະເພດແຂງ. ພ້ອມກັນນັ້ນຍັງໄດ້ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ ປີ 2023. ຫຼັງຈາກນັ້ນຄະນະຮັບຜິດຊອບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ ກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປ ກົງມາໃນບາງຈຸດ ເພື່ອເຮັດໃຫ້ບົດສະຫຼຸບ ແລະ ທິດທາງແຜນການມີຄວາມໜັກແໜ້ນສົມບູນຂື້ນຕື່ມ.


        ໂອກາດດັ່ງກ່າວສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ໃນນາມປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສຳເລັດຂອງໜ່ວຍພັກທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຂອງພັກ ຢ່າງເຂັ້ມງວດ, ປະຕິບັດ 5 ຫຼັກ ການ 3 ທິດນຳຂອງພັກວາງອອກ, ເອົາໃຈໃສ່ເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ມີຄວາມຈົງຮັກພັກດີຕໍ່ພັກ ຄຽງຄູ່ໄປກັບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ບັນດາຄຳສັ່ງ, ລະບຽບການທີ່ຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ.

 

ແຜນທີແຂວງອັຕະປື
ຕົວເລກ GDP ປີ 2022