ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ສໍາເລັດກອງປະຊຸມກາງສະໄໝ ທີ IV

27/02/2024

ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ສໍາເລັດກອງປະຊຸມກາງສະໄໝ ທີ IV

ກອງປະຊຸມຄົບຄະນະກາງສະໄໝ ທີ IV ຂອງໜ່ວຍພັກພະແນກແຜນການແລະການລົງທຶນ ແຂວງອັດຕະປື ໄດ້ສໍາເລັດລົງຢາງສົມບູນພາຍຫຼັງດໍາເນີນເປັນເວລາ 2 ວັນແຕ່ ວັນທີ 10-11 ເມສາ 2023 ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາບຸນ ດວງພະບາງ ຄະນະປະຈໍາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ ອັດຕະປື, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຢູ່ໃນວາລະຂອງການດໍາເນີນກອງປະຊຸມ ສະຫາຍ ນີດສາ ມຽງລາວັນ ຄະນະໜ່ວຍພັກພະແນກແຜນການແລະການລົງທຶນແຂວງໄດ້ລາຍງານວ່າ: ຕະຫຼອດໄລຍະຜ່ານມາ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກພະແນກແຜນການແລະການລົງທຶນແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ ສຶກສາອົບຮົມນຳພາທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ -ພະນັກງານລັດຖະກອນ, ເຂົ້າຮ່ວມຮັບຟັງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິ XI ຂອງອົງຄະນະພັກແຂວງ, ຜັນຂະຫຍາຍມະຕິ IV ຂອງຄະນະໜ່ວຍພັກ ພະແນກແຜນການແລະການລົງທຶນ, ເພື່ອຍົກສູງທັດສະນະຫຼັກໝັ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ຍົກສູງແນວຄິດຮັກຊາດ, ເປັນເຈົ້າຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດ້ວຍຮູບການຈັດຕັ້ງປະຖະກາຖາ ເຜີຍແຜ່ເຊື່ອມຊຶມບັນດາເອກະສານຕ່າງໆ ຜ່ານການເຊື່ອມຊຶມ ບັນດາເອກະສານເຫັນໄດ້ວ່າ ແນວຄິດ ຂອງສະມາຊິກພັກ, ພະນັກງານ ລັດຖະກອນ ພາຍໃນ ພະແນກ ມີຄວາມອຸ່ນອ່ຽງ  ທຸ່ນທ່ຽງ  ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊີດຊູສະຕິຄວາມເປັນເຈົ້າການ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ເຕົ້າໂຮມຄວາມສາມັກຄີພາຍໃນເປັນປຶກແຜ່ນ, ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ແກ້ໄຂໄດ້ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນພາຍໃນ.

ປະຊຸມເທື່ອນີ້, ໄດ້ຜ່ານບົດລາຍງານການນຳພາ-ຊີ້ນໍາ ຂອງຄະນະພັກຮາກຖານ, ແຜນພັດທະນາວຽກງານແຜນການ ແລະ ການລົງທຶນ, ບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານກາງສະໄໝ, ບຸກຄົນໃນຄະນະພັກ, ສະມາຊິກພັກ ເພື່ອເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາ ເຂົ້າໃນການມີຄໍາຄິດຄຳເຫັນ ບົນພື້ນຖານຫຼັກການ,  ທັດສະນະພື້ນຖານຂອງພັກ ໃນກອງປະຊຸມບັນດາສະມາຊິກພັກກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຢັ່ງຫາງສຽງພະນັກງານ ນໍາພາ-ຄຸ້ມຄອງເພື່ອເລືອກບຸກຄະລາກອນທີ່ໄດ້ມາດຖານເງື່ອນໄຂໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການ ເພື່ອຈັດຕັ້ງປະຕິບັດແຜນພັດທະນາວຽກງານໃນຕໍ່ໜ້າບັນລຸຕາມເປົ້າໝາຍທີ່ວ່າງໄວ້.

  •  

 

ລວມຍອດຜະລິດຕະພັນພາຍໃນ
ການລະໂອກາດໃນການລົງທຶນຢູ່ ສປປ ລາວ
ຂັັ້ນຕອນການດຳເນີນທຸລະກິດໃນ ສປປ ລາວ