ພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ປັບປຸງການກໍານົດຕໍາແໜ່ງງານ

27/02/2024

ພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ປັບປຸງການກໍານົດຕໍາແໜ່ງງານ

ວັນທີ 17 ສິງຫາ 2023 ນີ້ພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ຮ່ວມກັບກົມຈັດຕັ້ງ ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດກອງປະຊຸມການປັບປຸງການຂຽນກໍານົດຕໍາແໜ່ງງານຂຶ້ນ ທີ່ພະແນກການຂອງຕົນ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ສູນນະຄອນ ແກ້ວວຽງຄຳ ກຳມະການພັກແຂວງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ມີ ທ່ານ ບົວຄຳ ວິລະວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງແຜນ ແລະ ການລົງທຶນ, ມີພະນັກງານຈາກຂະແໜງການກ່ຽວຂອງພາຍໃນ ພະແນກແຜນການ ແລະ ການລົງທຶນແຂວງ, ຄະນະຕິດຕາມຊຸກຍູ້ຈາກສູນກາງ ແລະ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສູນນະຄອນ ແກ້ວວຽງຄຳ ກຳມະການພັກແຂວງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ບົວຄຳ ວິລະວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງແຜນ ແລະ ການລົງທຶນ ໄດ້ຜັດປ່ຽນກັນມີຄຳເຫັນຊີ້ນຳ ແລະ ກ່າວເປີດກອງປະຊຸມໂດຍໄດ້ຍົກໃຫ້ເຫັນໄປໃນລວງດຽວກັນວ່າ: ການປັບປຸງແຜນການຂຽນກໍານົດຕໍາແໜ່ງງານ ແມ່ນຄວາມຈຳເປັນພາວະວິໄສ ເພື່ອແນໃສ່ເຮັດໃຫ້ການບໍລິຫານ ຄຸ້ມຄອງວຽກງານພາຍໃນຂົງເຂດແຜນການ ແລະ ການລົງທຶນໃຫ້ມີຄວາມສະດວກ ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ. ເພາະວ່າ ໃນໄລຍະຜ່ານມາການຈັດຕັ້ງປະຕິບັດການຂຽນແຜນກຳນົດຕຳແໜ່ງງານຂອງບັນດາຂະແໜງການຍັງບໍທັນເອກະພາບກັນ, ການກວດກາຮັບຮອງລະຫວ່າງເມືອງ ແລະ ແຂວງກໍຍັງບໍ່ທັນກົມກຽວ ແລະ ບໍ່ທັນສາມາດຕັດສິນໄດ້ ຊຶ່ງມີຄວາມຈຳເປັນ ຮຽນຮູ້ກ່ຽວກ່ຽວກັບການຂຽນ ແລະ ກຳນົດຕຳແໜ່ງງານຂອງແຕ່ລະຂະແໜງການຄືນໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງ ໃນການກຳນົດຈຳນວນລັດຖະກອນ, ການຄັດເລືອກ-ບັນຈຸ ຊັບຊ້ອນ, ການປະເມີນຜົນ, ການບຳລຸງກໍ່ສ້າງ, ການແຕ່ງຕັ້ງ, ການປະຕິບັດວິໄນ ຫຼື ນະໂຍບາຍຕໍ່ພະນັກງານລັດຖະກອນ ພ້ອມນັ້ນກໍ່ເພື່ອຍົກສູງພາລະບົດບາດ, ສິດ ແລະ ໜ້າທີ່ ເຊິ່ງກັນ ແລະ ກັນ, ສືບເຜີຍແຜ່ນິຕິກຳການກຳນົດຕໍາແໜງງານໃຫ້ທົ່ວເຖິງ ຄື: ດຳລັດວ່າດ້ວຍການກຳນົດຕໍາແໜ່ງງານ ສະບັບເລກທີ 734/ລບ; ຄຳແນະນຳ ສະບັບເລກທີ 04/ພນ ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການກຳນົດຕໍາແໜ່ງງານ ສະບັບເລກທີ 734/ລບ; ຂໍ້ຕົກລົງນາຍົກລັດຖະມົນຕີສະບັບເລກທີ 77/ນຍ ວ່າດ້ວຍການແບ່ງຄວາມຮັບຜິດຊອບການກຳນົດຕໍາແໜ່ງງານໃຫ້ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຮັບຜິດຊອບໂດຍກົງ; ແຈ້ງການສະບັບເລກທີ 180/ພນ ກ່ຽວກັບການແບ່ງຄວາມຮັບຜິດຊອບການກຳນົດຕໍາແໜ່ງງານໃຫ້ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຮັບຜິດຊອບໂດຍກົງ. ໃນກອງປະຊຸມຄະນະຮັບຜິດຊອບ ໄດ້ນໍາສະເໜີ ກ່ຽວກັບຄວາມຮູ້ພື້ນຖານການຂຽນກໍານົດຕໍາແໜງງງານ, ການກໍານົດຕຳແໜ່ງງານ ຂອງຄະນະ ພະແນກ, ການກໍານົດຕຳແໜ່ງງານ ຂອງຂະແໜງບໍລິຫານ, ການກຳນົດຕຳແໜ່ງງານ ຂອງຂະແໜງກວດກາ, ການກຳນົດຕຳແໜ່ງງານ ຂອງຂະແໜງປະເມີນຜົນ, ຈາກນີ້ກໍມີການ ປະກອບຄຳຄິດຄຳເຫັນ ແລກປ່ຽນ ເພື່ອເຮັດໃຫ້ຕໍາແໜງງານທີ່ກຳນົດມີຄວາມຖືກຕ້ອງ ສອດຄ່ອງ ກັບທິດຊີ້ນຳ ແລະ ນິຕິກຳທີ່່ຂັ້ນເທິງໄດ້ວາງອອກ, ເພີ່ມຄວສມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບສະພາບໃນການຈັດຕັ້ງຕິບັດວຽກງານດັ່ງກ່າວ ເຮັດໃຫ້ການກຳນົດຕໍາແໜ່ງງານ ມີຄວາມເຂົ້າໃຈ ແລະ ເປັນເອກະພາບ, ຖືກຕ້ອງ ແລະ ເປັນລະບົບ ແນ່ໃສ່ຮັບປະກັນການປັບປຸງກົງຈັກ, ການບັນຈຸ, ການສັບຊ້ອນ, ການປະເມີນຜົນພະນັກງານ-ລັດຖະກອນ ໃຫ້ໄດ້ຮັບຜົນດີ. ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງສຳເລັດ.

 

ລວມຍອດຜະລິດຕະພັນພາຍໃນ
ການລະໂອກາດໃນການລົງທຶນຢູ່ ສປປ ລາວ
ຂັັ້ນຕອນການດຳເນີນທຸລະກິດໃນ ສປປ ລາວ